ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຫຼຽນໄຊພິລະອາດຫານ​ໃຫ້ ກອງບັນຊາການ ແມ່ທັບ 15 ກອງທັບປະຊາຊົນຫວຽດນາມ

     ວັນ ທີ 21 ພະຈິກ 2023 ນີ້, ຢູ່ທີ່ ກອງບັນຊາການແມ່ທັບ 15 ກອງທັບ ປະຊາຊົນຫວຽດນາມ, ໄດ້ມີພິທີມອບຫຼຽນໄຊພິລະອາດ
ຫານ ແລະ ຍ້ອງຍໍສັນລະເສີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນ ປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຫວຽດ
ນາມ ຄົບຮອບ 60 ປີ ( 5 ກັນຍາ1962-5 ກັນຍາ 2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບ
ຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ໃນການປະກອບສ່ວນພົວພັນຮ່ວມມືແຮກສ່ຽວ, ໂດຍມີ ສະຫາຍ ພົນ
ຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຮ່ວງ ວັນ ສີ ຫົວ
ໜ້າ ກອງບັນຊາການແມ່ທັບ 15 ກອງທັບປະຊາຊົນ ຫວຽດນາມ ພ້ອມ ດ້ວຍຄະນະຂອງທັງສອງຝ່າຍເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວັນນະວົງ ນັນທະວົງ ຫົວໜ້າ ກົມນະໂຍບາຍກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວ ໄດ້
ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ເພື່ອຍ້ອງຍໍສັນລະເສີນຜົນງານ, ຄຸນງາມຄວາມດີໃຫ້ແກ່ບໍລິສັດ ແລະ ບຸກຄົນຂອງ ກອງ
ທັບປະຊາຊົນ ຫວຽດນາມ ທີ່ມີຜົນງານດີເດັ່ນ ໃນ ການປະກອບສ່ວນອັນໃຫຍ່ຫຼວງທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ທຶນຮອນຈຳ
ນວນຫຼາຍເຂົ້າໃນການກໍ່ສ້າງ, ປັບປຸງ ບັນດາກຸ່ມບ້ານ ແລະ ພື້ນຖານໂຄງລ່າງຂອງກົມກອງ, ກອງທັບປະຊາຊົນລາວ ໃນນັ້ນ, ໄດ້ມອບຫຼຽນ
ໄຊ ພິລະອາດຫານ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນໃຫ້ແກ່ ກອງບັນຊາການແມ່ທັບ 15 ກອງທັບປະຊາຊົນຫວຽດນາມ ຈາກກະ
ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍການມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ກົມກອງລວມໝູ່ຈຳນວນ 1 ກົມກອງ ແລະ
ບຸກຄົນຈຳນວນ 2 ສະຫາຍ, ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ ແກ່ກົມກອງລວມໝູ່ຈຳນວນ 1 ກົມກອງ ແລະ ບຸກຄົນຈຳນວນ 4
ສະຫາຍ ໂດຍການປະດັບຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຢ່າງສົມກຽດ.

     ພາຍຫຼັງສຳເລັດ ພິທີປະດັບຫຼຽນ ສະຫາຍ ພົນຕີ ວົງຄຳພົມ ມະກອນ ໄດ້ສະແດງຄວາມຂອບໃຈມາ ຍັງບັນດາ ສະຫາຍ ທີ່ໄດ້ປະ
ກອບສ່ວນບັນດາໜ້າວຽກທີ່ສຳຄັນຈົນໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ, ເຊິ່ງ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມ
ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດ
ນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົ່ງແກ່ນຕະຫຼອດກາລະນານ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 28/11/2023